ອອກແຮງ ແຂ່ງຂັນສ້າງຜົນງານ ເພື່ອຂຳ່ນັບຮັບຕ້ອນກອງປະຊຸມໃຫຍ່ ຄັ້ງທີ III ຂອງອົງຄະນະພັກກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ! ຢ່າງຕັ້ງໜ້າ !          ຊົມເຊີຍວັນການທູດລາວ ຄົບຮອບ 76 ປີ 12 ຕຸລາ 1945 - 12 ຕຸລາ 2021 ຢ່າງສຸດໃຈ! ສືບຕໍ່ປະຕິບັດນະໂຍບາຍການຕ່າງປະເທດ ສັນຕິພາບ ເອກະລາດ ມິດຕະພາບ ແລະ ການຮ່ວມມືຢ່າງສະເໝີຕົ້ນສະເໝີປາຍ          ຊົມເຊີຍ! ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 46 ປີ 2 ທັນວາ 1975- 2 ທັນວາ 2021         
a
Contact us

Office Hours:

Monday-Friday

09:00-12:00 and 14:00-16:00

Address:
Badstrandvagen 11,

112 65 Stockholm

P.O.Box 30214

Lindhagensgatan 132, Stockholm, Sweden

Phone:

local: (08) 618 2010

Visa and Consular Section

(086 182 010 Press 2)
international: +46 8618 2010
Fax:

local: (08) 618 2001
international: +46 8618 2001

E-mail: This email address is being protected from spambots. You need JavaScript enabled to view it.

www.laoembassystockholm.gov.la

a
ເຊື່ອມຕໍ່ເວັບໄຊພາຍໃນລາວ
Links
Lao Government
Law Project
UN
Lao PDR Trade Portal

ທ່ານເອກອັກຄະລັດຖະທູດ ເຂົ້າຮ່ວມງານ ASEAN Family Day

ໃນຕອນເຊົ້າວັນສຸກ, ວັນທີ 17 ກັນຍາ 2021 ພະນະທ່ານ ບຸນລຽບ ຮຸ່ງວົງສອນ ພ້ອມດ້ວຍຄະນະ ເຂົ້າຮ່ວມງານສະເຫຼີມສະຫຼອງ ASEAN Family Day ທີ່ ສະຖານເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ. ພ້ອມດຽວກັນນັ້ນ,  ພະນະທ່ານ Robert Rydberg, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ຣາຊະອານາຈັກ ຊູແອດ ກໍ່ໄດ້ເປັນກຽດເຂົ້າຮ່ວມງານດັ່ງກ່າວ.

WhatsApp Image 2021 10 26 at 09.34.47

ເອກອັກຄະລັດຖະທູດ ສປປ ລາວ ຍື່ນສານຕາຕັ້ງຕໍ່ ເຈົ້າຊີວິດນອກແວ

ໃນຕອນເຊົ້າ ຂອງວັນທີ 15 ຕຸລາ 2021, ທີ່ ພະຣາຊະວັງອົດສະໂລ, ພະນະທ່ານ ບຸນລຽບ ຮຸ່ງວົງສອນ, ໄດ້ເຂົ້າຍື່ນສານຕາຕັ້ງຕໍ່ ອົງສົມເດັດ Harald V, ພະເຈົ້າຊີວິດ ແຫ່ງຣາຊະອານາຈັກນອກແວ

ອ່ານເພີ່ມເຕີມ... 

ເອກອັກຄະລັດຖະທູດ ສປປ ລາວ ຍື່ນສານຕາຕັ້ງຕໍ່ ພະຣາຊີນີ ເດນມາກ

ໃນຕອນເຊົ້າ ຂອງວັນທີ 16 ມິຖຸນາ 2020, ທີ່ ກະຊວງການຕ່າງປະເທດ ແຫ່ງ ຣາຊະອານາຈັກ ເດນມາກ, ພະນະທ່ານ ບຸນລຽບ ຮຸ່ງວົງສອນ, ໄດ້ເຂົ້າຍື່ນສານຕາຕັ້ງສະບັບສຳເນົາ ໃຫ້ແກ່ ທ່ານທູດ Michael Zilmer-Johns, ຫົວໜ້າກົມພິທີການທູດ, ກະຊວງການຕ່າງປະເທດ ແຫ່ງ ຣາຊະອານາຈັກ ເດນມາກ

ອ່ານເພີ່ມເຕີມ... 

ເອກອັກຄະລັດຖະທູດ ສປປ ລາວ ຍື່ນສານຕາຕັ້ງຕໍ່ ເຈົ້າຊີວິດ ຊູແອດ

ໃນຕອນເຊົ້າຂອງວັນທີ 16 ມັງກອນ 2020, ທີ່ພະຣາຊະວັງເຈົ້າຊີວິດ, ນະຄອນຫລວງສະຕ໋ອກໂຮມ, ທ່ານ ບຸນລຽບ ຮຸ່ງວົງສອນ ໄດ້ຍື່ນສານຕາຕັ້ງຕໍ່ ເຈົ້າຊີວິດ Carl XVI Gustaf ແຫ່ງ ຣາຊະອານາຈັກ ຊູແອັດ ເພື່ອດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ສປປ ລາວ) ປະຈຳ ຣາຊະອານາຈັກ ຊູແອັດ.

ໃນໂອກາດດັ່ງກ່າວ, ເຈົ້າຊີວິດ Carl XVI Gustaf, ໄດ້ສະແດງຄວາມຍິນດີ ແລະ ຊົມເຊີຍ ທ່ານ ບຸນລຽບ ຮຸ່ງວົງສອນ ໃນການມາດໍາລົງຕໍາແໜ່ງເປັນ ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ຄົນໃໝ່ ປະຈຳ ຣາຊະອານາຈັກ ຊູແອັດ ແລະ ໄດ້ອວຍພອນໃຫ້ ທ່ານເອກອັກຄະລັດຖະທູດ ປະຕິບັດໜ້າທີ່ການທູດດ້ວຍຜົນສຳເລັດ ເພື່ອສົ່ງເສີມການພົວພັນຮ່ວມມື ຂອງສອງປະເທດ ລາວ-ຊູແອັດ ໃຫ້ຂະຫຍາຍຕົວຂື້ນໄປເລື້ອຍໆ. ເຈົ້າຊີວິດ Carl XVI Gustaf, ໄດ້ໃຫ້ຄວາມສໍາຄັນຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ ສອງປະເທດ ແລະ ໄດ້ມີຄວາມສົນໃຈການປົກປັກຮັກສາປ່າໃມ້ ແລະ ສະພາບແວດລ້ອມ.

ທ່ານ ບຸນລຽບ ຮຸ່ງວົງສອນ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ໄດ້ນຳເອົາຄວາມຢື້ຢາມຖາມຂ່າວອັນອົບອຸ່ນພ້ອມດ້ວຍພອນໄຊອັນປະເສີດ ຂອງພະນະທ່ານ ບຸນຍັງ ວໍລະຈິດ, ປະທານປະເທດ ແຫ່ງ ສປປ ລາວ ເຖິງ ເຈົ້າຊີວິດ Carl XVI Gustaf. ເຈົ້າຊີວິດ Carl XVI Gustaf, ໄດ້ສະແດງຄວາມຂອບໃຈ ແລະ ໄດ້ສົ່ງຄວາມຢື້ຢາມຖາມຂ່າວ ແລະ ອວຍພອນໄຊອັນປະເສີດ ເຖິງທ່ານປະທານປະເທດ ແຫ່ງ ສປປ ລາວ ເຊັ່ນດຽວກັນ. ໃນໂອກາດດຽວກັນນີ້, ທ່ານເອກອັກຄະລັດຖະທູດ ກໍໄດ້ຕາງໜ້າລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຕໍ່ລັດຖະບານ ແລະ ປະຊາຊົນ ຊູແອັດ ທີ່ໄດ້ໃຫ້ການສະໜັບສະໜູນຊ່ວຍເຫຼືອຕໍ່ ສປປ ລາວໃນໄລຍະຜ່ານມາ, ເຊິ່ງເປັນການປະກອບສ່ວນເຂົ້າໃນການສ້າງສາ ແລະ ພັດທະນາເສດຖະກິດ-ສັງຄົມ ຂອງ ລາວ ໃຫ້ຂະຫຍາຍຕົວເປັນກ້າວໆມາ. 

ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ຣາຊະອານາຈັກ ຊູແອດ ໄດ້ສ້າງຕັ້ງສາຍພົວພັນການທູດຮ່ວມກັນ ແຕ່ວັນທີ 10 ຕຸລາ 1964 ແລະ ໄດ້ມີການພົວພັນຊ່ວຍເຫຼືອເຊິ່ງກັນ ແລະ ກັນ ດ້ວຍດີຕະຫຼອດມາ.

a
ແຈ້ງການ
  1. ແຈ້ງການຄຳແນະນຳກ່ຽວກັບຂັ້ນຕອນລະອຽດໃນການປະກອບເອກະສານຂໍອະນຸຍາດເຂົ້າ-ອອກ ສປປ ລາວ
  2. ຄຳແນະນຳສຳລັບຜູ້ທີ່ຈະເດີນທາງເຂົ້າ-ອອກ ສປປ ລາວ ໃນໄລຍະການລະບາດຂອງພະຍາດໂຄວິດ-19
  3. ແຈ້ງການ ຂອງສະຖານທູດ ເຖິງ ບັນດາທ່ານ ພໍ່ແມ່ພີ່ນ້ອງຊາວລາວ ຄອບຄົວຄົນລາວ ແລະ ເພື່ອນມິດທຸກຖ້ວນໜ້າ ໃນບັນດາປະເທດນອດດິກ ຊູແອດ, ເດັນມາກ, ນອກແວ ແລະ ແຟງລັງ ກ່ຽວກັບການລະດົມທຶນ, ວັດຖຸປັດໃຈຊ່ວຍພີ່່ນ້ອງຊາວລາວທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ ຢູ່ ເມືອງສະໜາມໄຊ, ແຂວງອັດຕະປື.
  4. ແຈ້ງການ ຂອງສະຖານທູດ ເຖິງ ບັນດາທ່ານພໍ່ແມ່ພີ່ນ້ອງຊາວລາວກ່ຽວກັບຄ່າທຳນຽມບໍລິການອອກວີຊາ
  5. ແຈ້ງການ ຂອງກະຊວງການຕ່າງປະເທດ ກ່ຽວກັບການຍົກເວັ້ນວີຊາຝ່າຍດຽວໃຫ້ແກ່ພົນລະເມືອງທີ່ຖືໜັງສືຜ່ານແດນທຳມະດາ ຂອງປະເທດ ດານມາກ, ນອກແວ, ແຟງລັງ ແລະ ຊູແອດ
Lao Government
40 years
70 years
a
Consular

ພະແນກກົງສຸນ

ຕິດຕໍ່ເຮັດໜັງສືເດີນທາງ, ວີຊາ ແລະ ນິຕິກຳຕ່າງໆ

ເວລາເປີດບໍລິການ         ຕອນເຊົ້າ: 9:00 ຫາ 12:00.

                             ຕອນສວຍ: 14:00 ຫາ 16:00.

ໂທລະສັບ: +46 8618 2010 ຕໍ່ (ກົດ 2)

ອີເມວ: This email address is being protected from spambots. You need JavaScript enabled to view it. 

 

VISA AND CONSULAR SECTION

Visa, Laos passport and legalization service

Service hour 9.00-12.00 hrs. and 14.00-16.00

Tel. +46 8618 2010 (press 2)

Email:  This email address is being protected from spambots. You need JavaScript enabled to view it. 

a
ຈຳນວນຜູ້ເຂົ້າຊົມ
102868
ມື້ນີ້72
ມື້ວານ78
ອາທິດນີ້130
ເດືອນນີ້2553