ອອກແຮງ ແຂ່ງຂັນສ້າງຜົນງານ ເພື່ອຂຳ່ນັບຮັບຕ້ອນກອງປະຊຸມໃຫຍ່ ຄັ້ງທີ III ຂອງອົງຄະນະພັກກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ! ຢ່າງຕັ້ງໜ້າ !          ຊົມເຊີຍວັນການທູດລາວ ຄົບຮອບ 70 ປີ 12 ຕຸລາ 1945 - 12 ຕຸລາ 2015 ຢ່າງສຸດໃຈ! ສືບຕໍ່ປະຕິບັດນະໂຍບາຍການຕ່າງປະເທດ ສັນຕິພາບ ເອກະລາດ ມິດຕະພາບ ແລະ ການຮ່ວມມືຢ່າງສະເໝີຕົ້ນສະເໝີປາຍ          ຊົມເຊີຍ! ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 40 ປີ 2 ທັນວາ 1975- 2 ທັນວາ 2015          ອອກແຮງຮ່ວມກັນເສີມຂະຫຍາຍມູນເຊື້ອອັນດີງາມ ເພື່ອກະກຽມເປັນປະທານໝູນວຽນອາຊຽນ ໃນປີ 2016
a
Contact us

Office Hours:

Monday-Friday

09:00-12:00 and 14:00-16:00

Address:
Badstrandvagen 11

P.O.Box 30214

10425 Stockholm
Sweden

Phone:

local: (08) 618 2010

Visa and Consular Section

(086 182 010 Press 2)
international: +46 8618 2010
Fax:

local: (08) 618 2001
international: +46 8618 2001

E-mail: This email address is being protected from spambots. You need JavaScript enabled to view it.

www.laoembassystockholm.gov.la

 

a
ເຊື່ອມຕໍ່ເວັບໄຊພາຍໃນລາວ
Links
Lao Government
Law Project
Lao PDR Trade Portal
UN

ເອກອັກຄະລັດຖະທູດ ສປປ ລາວ ຍື່ນສານຕາຕັ້ງຕໍ່ ເຈົ້າຊີວິດ ຊູແອດ

ໃນຕອນເຊົ້າ ຂອງວັນທີ 15 ຕຸລາ 2015, ທີ່ ພະຣາຊະວັງສະຕ໋ອກໂຮມ, ພະນະທ່ານ ບຸນແພງ ຊາຍກັນຍາ, ໄດ້ເຂົ້າຍື່ນສານຕາຕັ້ງຕໍ່ ອົງສົມເດັດ Carl XVI GUSTAF, ພະເຈົ້າຊີວິດ ແຫ່ງ ຣາຊະອານາຈັກຊູແອດ ເພື່ອດຳລົງຕຳແໜ່ງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ຣາຊະອານາຈັກຊູແອດ. ໂດຍມີສຳນັກງານສະຖານເອກອັກຄະລັດຖະທູດ ຕັ້ງຢູ່ນະຄອນຫຼວງ ສະຕ໋ອກໂຮມ, ປະເທດ ຊູແອດ.

ໃນໂອກາດດັ່ງກ່າວ, ພະນະທ່ານ ບຸນແພງ ຊາຍກັນຍາ, ໄດ້ນຳເອົາຄວາມຢື້ຢາມຖາມຂ່າວອັັນອົບອຸ່ນ, ພ້ອມດ້ວຍພອນໄຊອັນປະເສີດ ແລະ ວັດທະນາຖາວອນ ຂອງພະນະທ່ານ ຈູມມາລີ ໄຊຍະສອນ, ປະທານປະເທດ ແຫ່ງ ສປປ ລາວ ຝາກເຖິງອົງສົມເດັດ Carl XVI GUSTAF ແລະ ບັນດາບູຣົມວົງສານຸວົງ ກໍ່ຄືປະຊາຊົນຊາວຊູແອດ ທຸກຖ້ວນໜ້າ.

ອົງສົມເດັດ Carl XVI GUSTAF, ກໍ່ໄດ້ສະແດງຄວາມຊົມເຊີຍ ຕໍ່ພະນະທ່ານ ບຸນແພງ ຊາຍກັນຍາ, ທີ່ໄດ້ຖືກແຕ່ງຕັ້ງມາດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດຄົນໃໝ່ ແຫ່ງ ສປປ ລາວ ເພື່ອປະຕິບັດໜ້າທີ່ອັນມີກຽດ ແລະ ສູງສົ່ງ, ພ້ອມທັງອວຍພອນໃຫ້ພະນະທ່ານເອກອັກຄະລັດຖະທູດ ຈົ່ງໄດ້ຮັບຜົນສຳເລັດໃນການເຄື່ອນໄຫວວຽກງານການທູດຢ່າງຈົບງາມ. ພ້ອມດຽວກັນນີ້, ອົງສົມເດັດCarl XVI GUSTAF, ຍັງໄດ້ຝາກຄວາມຢື້ຢາມຖາມຂ່າວ ແລະ ຄວາມຜາສຸກ ມາຍັງພະນະທ່ານປະທານປະເທດ ຈູມມາລີ ໄຊຍະສອນ ແລະ ປະຊາຊົນລາວນຳດ້ວຍ.

ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ຣາຊະອານາຈັກ ຊູແອດ ໄດ້ສ້າງຕັ້ງສາຍພົວພັນການທູດຮ່ວມກັນ ແຕ່ວັນທີ 10 ຕຸລາ 1964 ແລະ ໄດ້ມີການພົວພັນຊ່ວຍເຫຼືອເຊິ່ງກັນ ແລະ ກັນ ດ້ວຍດີຕະຫຼອດມາ.

Lao Government
70 years
40 years
a
Consular

ພະແນກກົງສຸນ

ຕິດຕໍ່ເຮັດໜັງສືເດີນທາງ, ວີຊາ ແລະ ນິຕິກຳຕ່າງໆ

ເວລາເປີດບໍລິການ         ຕອນເຊົ້າ: 9:00 ຫາ 12:00.

                             ຕອນສວຍ: 14:00 ຫາ 16:00.

ໂທລະສັບ: +46 8618 2010 ຕໍ່ (ກົດ 2)

ອີເມວ: This email address is being protected from spambots. You need JavaScript enabled to view it. 

 

VISA AND CONSULAR SECTION

Visa, Laos passport and legalization service

Service hour 9.00-12.00 hrs. and 14.00-16.00

Tel. +46 8618 2010 (press 2)

Email:  This email address is being protected from spambots. You need JavaScript enabled to view it. 

a
ຈຳນວນຜູ້ເຂົ້າຊົມ
16732
ມື້ນີ້130
ມື້ວານ244
ອາທິດນີ້765
ເດືອນນີ້5213