ອອກແຮງ ແຂ່ງຂັນສ້າງຜົນງານ ເພື່ອຂຳ່ນັບຮັບຕ້ອນກອງປະຊຸມໃຫຍ່ ຄັ້ງທີ III ຂອງອົງຄະນະພັກກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ! ຢ່າງຕັ້ງໜ້າ !          ຊົມເຊີຍວັນການທູດລາວ ຄົບຮອບ 70 ປີ 12 ຕຸລາ 1945 - 12 ຕຸລາ 2015 ຢ່າງສຸດໃຈ! ສືບຕໍ່ປະຕິບັດນະໂຍບາຍການຕ່າງປະເທດ ສັນຕິພາບ ເອກະລາດ ມິດຕະພາບ ແລະ ການຮ່ວມມືຢ່າງສະເໝີຕົ້ນສະເໝີປາຍ          ຊົມເຊີຍ! ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 40 ປີ 2 ທັນວາ 1975- 2 ທັນວາ 2015          ອອກແຮງຮ່ວມກັນເສີມຂະຫຍາຍມູນເຊື້ອອັນດີງາມ ເພື່ອກະກຽມເປັນປະທານໝູນວຽນອາຊຽນ ໃນປີ 2016
a
Contact us

Office Hours:

Monday-Friday

09:00-12:00 and 14:00-16:00

Address:
Badstrandvagen 11

P.O.Box 30214

10425 Stockholm
Sweden

Phone:

local: (08) 618 2010

Visa and Consular Section

(086 182 010 Press 2)
international: +46 8618 2010
Fax:

local: (08) 618 2001
international: +46 8618 2001

E-mail: This email address is being protected from spambots. You need JavaScript enabled to view it.

www.laoembassystockholm.gov.la

 

a
ເຊື່ອມຕໍ່ເວັບໄຊພາຍໃນລາວ
Links
Lao Government
Law Project
Lao PDR Trade Portal
UN

ບົດຄວາມ

ຄຳນັບຮັບຕອ້ນກອງປະຊຸມໃຫຍ່ອົງຄະນະພັກກະຊວງການຕ່າງປະເທດ ຄັ້ງທີ III

ນັບແຕ່ກອງປະຊຸມໃຫຍ່ອົງຄະນະພັກກະຊວງການຕ່າງປະເທດຄັ້ງທີ II ກໍຄືຕະຫລອດໄລຍະ 5 ປີຜ່ານໄປຈົນເຖີງປັດຈຸບັນ ເຖີງວ່າຈະເປັນເວລາທີ່ຍາວ ຫລື ສັ້ນ ແຕ່ນັ້ນ ກໍເປັນສິ່ງພິສູດເຖີງຜົນສຳເລັດ ຢ່າງສະຫງ່າງາມ ໃນການຜັນຂະຫຍາຍ ມະຕິຂອງກອງປະຊຸມໃຫຍ່ອົງຄະນະພັກກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກຄັ້ງທີ IIພາຍ​ໃຕ້​ແສງ​ສະຫວ່າງ​ຂອງ​ມະຕິ​ກອງ​ປະຊຸ​ມ​ໃຫຍ່ ຄັ້ງ​ທີ IXຂອງ​ພັກປະຊາຊົນປະຕິວັດລາວ ບົນພື້ນຖານຂອງສະພາບ​ການ​ສາກົນ ​ແລະ ພາກພື້ນ ​​ມີການຜັນ​ແປ​ຢ່າງ​ໄວວາ, ມີທັງສິ່ງສະດວກ, ສິ່ງຫຍຸ້ງຍາກ, ມີທັງການຮ່ວມມື ແລະ ການຕໍ່ສູ້ ​ແລະ ມີຫຼາຍຢ່າງ​ບໍ່ສາມາດ​ຄາດ​ຄະ​ເນ​ລ່ວງໜ້າ​ໄດ້ນັ້ນ, ການເຄື່ອນໄຫວວຽກງານຕ່າງປະເທດ ຂອງ ສປປລາວ ບັນລຸໄດ້ຫມາກຜົນຫລາຍດ້ານ ຕາມແຜນການທີ່ວາງໄວ້.​


ໃນດ້ານລະອຽດ, ການຜັນຂະຫຍາຍແມ່ນການປະຕິບັດຕາມຈິດໃຈຂອງກ​ອງປະຊຸມ​ວຽກງານ​ການ​ຕ່າງປະ​ເທດ ຄັ້ງ​ທີ 11 ​ແລະ 12, ​​ໂດຍ​ຢຶດໝັ້ນ​ໃນ​ແນວທາງ​ການ​ຕ່າງປະ​ເທດ ສັນຕິພາບ, ​​ເອກະລາດ, ມິດຕະພາບ ​ແລະ ການ​ຮ່ວມ​ມື ຢ່າງ​ສະ​ເໝີຕົ້ນ​ສະ​ເໝີປາຍ ​ແລະ ປະຕິບັດ​ນະ​ໂຍບາຍ​ເປີດ​ກວ້າງ​ການ​ພົວພັນ​ຮ່ວມມື ​ແບບຫຼາຍທິດ,​ ຫຼາຍຝ່າຍ ​ແລະ ຫຼາຍຮູບ​ແບບ ກັບບັນດາປະເທດໃນໂລກ ໂດຍບໍ່ໄດ້ຈຳແນກລະບອບການເມືອງ. ການ​ເຄື່ອນ​ໄຫວ​ວຽກງານ​ການ​ຕ່າງປະ​ເທດ​ໃນ​ຂອບ​ສອງ​ຝ່າຍ ​ແລະ ຫຼາຍຝ່າຍ ແມ່ນມີລັກສະນະຕັ້ງໜ້າ,​ ເປັນເຈົ້າການ ແລະ ຄ່ອງແຄ້ວນິ້ມນວນ ເຊິ່ງສາມາດຍາດ​ຜົນສຳ​ເລັດມາໄດ້ຫຼາຍດ້ານ​ທີ່ໜ້າ​ເພິ່ງ​ພໍ​ໃຈ, ອັນ​ໄດ້​ເຮັດ​ໃຫ້​ທ່າ​ອ່ຽງ ​ແລະ ກຳລັງ​ແຮງ​ສັງ​ລວມຂອງ​ຊາດນັບ​ມື້​ນັບເພີ່ມ​ຂຶ້ນ, ການ​ເມືອງ​ມີ​ຄວາມ​ສະຖຽນລະ​ພາບ,​ ສັງຄົມ​ມີ​ຄວາມ​ສະຫົງ​ບ ​ແລະ ​ເປັນ​ລະບຽບຮຽບຮ້ອຍ, ສ້າງເງື່ອນໄຂ ແລະ ປະກອບສວ່ນໃຫ້ແກ່ການ​ພັດທະນາ​ເສດ​ຖະກິດ-ສັງຄົມ ມີ​ການ​ຂະຫຍາຍຕົວຢ່າງຕໍ່​ເນື່ອງ ​ໃນ​ຈັງ​ຫວະຫມັ້ນທ່ຽງ, ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​​ໄດ້​ຮັບ​ການ​ປັບປຸງ​ໃຫ້​ດີ​ຂຶ້ນ​ເປັນ​ກ້າວໆ ​ເຮັດ​ໃຫ້​ຖານະ​ບົດບາດ​ຂອງ ສປປ ລາວ ພົ້ນ​ເດັ່ນ​ຂຶ້ນ​ໃນ​ເວທີ​ພາກພື້ນ ​ແລະ ສາກົນ.


ການພົວພັນຮ່ວມມືກັບບັນດາປະເທດເພື່ອນມິດຍຸດທະສາດໄດ້ກ້າວເຂົ້າສູ່ລວງເລິກ ແລະ ມີຄຸນນະພາບໃໝ່ ໂດຍສະເພາະແມ່ນການພົວພັນທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຍຸດທະສາດ ແລະ ຍາວນານກັບ ສສ. ຫວຽດນາມ; ການພົວພັນຄູ່ຮ່ວມມືຍຸດທະສາດ ຕາມທິດ 4 ດີກັບ ສປ ຈີນ ແມ່ນໄດ້ມີປະສິດທິຜົນສູງ ແລະ ນຳເອົາຜົນປະໂຫຍດຕົວຈິງມາສູ່ປະເທດຊາດ; ການພົວພັນຮ່ວມມືກັບ ສະຫະພັນ ຣັດເຊັຽ ກໍຄືບັນດາປະເທດສັງຄົມນິຍົມ ສປປ ​ເກົາຫຼີ ​ແລະ ສ. ກູ​ບາ ກໍ່ໄດ້ຮັບການຂະຫຍາຍຕົວຂຶ້ນ; ການພົວພັນຮ່ວມມືກັບບັນດາປະເທດເພື່ອນບ້ານ ແລະ ບັນດາປະເທດສະມາຊິກອາຊຽນ ສືບຕໍ່ມີບາດກ້າວຂະຫຍາຍຕົວທີ່ໜັກແໜ້ນ ສາມາດເສີມຂະຫຍາຍໄດ້ການພົວພັນທີດີ ທີ່ນັບມື້ນັບແຕກດອກອອກຜົນ, ສ້າງເງື່ອນໄຂໃນການເຂົ້າປະຊາຄົມອາຊຽນຂອງ ສປປລາວ ກໍຄືການສ້າງພື້ນຖານ ໃຫ້ແກ່ການເຊື່ອມຈອດ, ການເຊື່ອມໂຍງກັບບັນດາປະເທດໃນພາກພື້ນ ແລະໃນໂລກ. ພ້ອມດຽວກັນນັ້ນ, ການພົວພັນຮ່ວມມືກັບບັນດາປະເທດເພື່ອນມິດສາກົນ ກໍຄືບັນດາອົງການຈັດຕັ້ງສາກົນ ໄດ້ຮັບການປັບປຸງດີຂຶ້ນ ແລະ ເປີດກວ້າງອອກເທື່ອລະກ້າວ. ມາ​ຮອດ​ປັດຈຸບັນ ສປປ ລາວ ໄດ້ສ້າງສາຍພົວພັນການທູດ ກັບ 138 ປະເທດ ( ປີ 2011 ມີ 131 ປະເທດ ),​ ມີສໍານັກງານຕາງໜ້າການທູດຢູ່ຕ່າງປະເທດ 36 ແຫ່ງ; ໃນນັ້ນ ມີສະຖານເອກອັກຄະລັດຖະທູດ 27 ແຫ່ງ, ສໍານັກງານຜູ້ຕາງໜ້າຖາວອນ 3 ແຫ່ງ, ສະຖານກົງສູນໃຫຍ່ 8 ແຫ່ງ, ຫອ້ງການກົງສູນ 1 ​ແຫ່ງ ແລະ ກົງສູນກິດຕິມະສັກຂອງ ສປປ ລາວ ຈຳນວນ 15 ປະເທດ. ຍົກລະດັບດ່ານໃຫ້ເປັນດ່ານສາກົນ ຈຳນວນ 4 ດ່ານ; ​ໄດ້​ສຳ​ເລັດ​ການ​ປັກຫຼັກໝາຍຊາຍ​ແດນ​ກັບ 3 ປະ​ເທດ ຄື: ສສ. ຫວຽດນາມ, ​ສປ ຈີນ ​ແລະ ສສ. ມຽນມາ, ປັດຈຸບັນ ​ດຳ​ເນີນ​ການ​ສຳຫຼວດ ​ແລະ ​ປັກຫຼັກໝາຍຊາຍ​ແດນ ຮ່ວມ​ກັບ ຣາຊະ​ອານາຈັກ​ໄທ ​ແລະ ຣາຊະ​ອານາຈັກ ກຳປູ​ເຈຍ; ໄດ້​ຈັດ​ຕັ້ງ​ປະຕິບັດນະ​ໂຍບາຍ​ຍົກ​ເວັ້ນວີ​ຊາ ສຳລັບ​ຜູ້​ຖືໜັງສື​ຜ່ານ​ແດນທຳ​ມະ​ດາ ກັບ 14 ປະ​ເທດ, ຍົກ​ເວັ້ນວີ​ຊາ ຝ່າຍ​ດຽວ ກັບ 5 ປະ​ເທດ ​ແລະ ​ເຊັນ​ສັນຍາ​ຍົກ​ເວັ້ນວີ​ຊາ​ສອງ​ຝ່າຍ​ສຳລັບ​ຜູ້​ຖືໜັງສື​ຜ່ານ​ແດນ​ການ​ທູດ ​ແລະ ລັດຖະການ​ ກັບ 34 ປະ​ເທດ, ປະຕິບັດນະໂຍບາຍຍົກເວັ້ນຄ່າທະນຽມວີຊາ ໃຫ້ແກ່ຄົນເຊື້ອຊາດລາວ ທີ່ ຕ່າງປະເທດ ແລະ ອື່ນໆ. ພ້ອມກັນນັ້ນ ກໍໄດ້ເພີ່ມທະວີການພົວພັນດ້ານພັກ ກັບບັນດາພັກກອມມູນິດ, ກຳມະກອນ ແລະ ພັກກຳອຳນາດອື່ນໆ ຈຳນວນ 124 ພັກການເມືອງຂອງປະເທດຕ່າງໆໃນໂລກ.


ຄຽງຄູ່ກັບການເຄື່ອນໄຫວການທູດສອງຝ່າຍ, ຄະນະພັກກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ເອົາໃຈໃສ່ຊີ້ນຳນຳພາເຄື່ອນໄຫວຢ່າງເປັນເຈົ້າການ ໃນເວທີການທູດຫຼາຍຝ່າຍເຊັ່ນ ຂອບການຮ່ວມມືຂອງອາຊຽນ, ໃນເວທີສະຫະປະຊາຊາດ, ຂະບວນການ​ບໍ່ຮ່ວມ​ກຸ່ມ; ກຸ່ມ​ປະ​ເທດ​ກຳລັງ​ພັດທະນາ; ກຸ່ມ​ປະ​ເທດ​ກຳລັງ​ພັດທະນາ​ທີ່​ບໍ່ມີ​ຊາຍ​ແດນ​ຕິດ​ກັບ​ທະ​ເລ; ອົງການ​ບັນດາ​ປະ​ເທດ​ທີ່​ໃຊ້​ພາສາ​ຝຣັ່ງ ​ແລະ ການ​ພົວພັນ​ຮ່ວມ​ມື​ກັບ​ບັນດາ​ສະ​ຖາ​ບັນ​ການ​ເງິນ​ສາກົນ; ພອ້ມດຽວກັນ ກໍຍັງໄດ້​ເຂົ້າ​ຮ່ວມ​ຢ່າງ​ຫ້າວຫັນ​ໃນ​​ຂອບ​ການ​ຮ່ວມ​ມືລະດັບ​ພາກພື້ນ ​ແລະ ອານຸພາກພື້ນ ​ໂດຍ​ສະ​ເພາະ ​ໃນ​ອານຸພາກພື້ນ​ແມ່ນ້ຳຂອງ ອັນ​ໄດ້​ນຳ​ຜົນ​ປະ​ໂຫຍ​ດຫຼາຍດ້ານ​ມາສູ່​ປະ​ເທດ​ເຮົາ. ຄະນະ​ພັກ ກະຊວງການຕ່າງປະເທດ ​ແລະ ຄະນະພົວພັນຕ່າງປະເທດ ສູນກາງພັກ ໃດ້​ຖື​ສຳຄັນ​ໃນ​ການ​ເຄື່ອນ​ໄຫວ​ວຽກງານ​ອາຊຽນ ​ໂດຍ​ສະ​ເພາະ​ການ​ກະກຽມ​ເຂົ້າ​ເປັນ​ປະຊາ​ຄົມ​ເສດຖະກິດ​ອາຊຽນ​ໃນ​ທ້າຍ​ປີ 2015 ດ້ວຍ​ການ​ສ້າງ​ວິ​ໄສ​ທັດ​ປະຊາ​ຄົມ​ອາຊຽນຫຼັງປີ 2015 ​ແລະ ການກະກຽມ​ເປັນ​ປະທານໜູນວຽນອາຊຽນຂອງ ສປປລາວ ​ໃນ​ປີ 2016.


​ໃນ​ຊຸ່ມ​ປີຜ່ານມາ, ການ​ເຄື່ອນ​ໄຫວ​ການ​ຕ່າງ​ປະ​ເທດ​ຂອງ ສປປ ລາວ ​ແມ່ນ​ນັບ​ມື້ນັບ​ຂະຫຍາຍຕົວ ໃນທາງກ້ວາງ ແລະ ທາງເລິກ, ​ເຊິ່ງ​ໄດ້ສະ​ແດງ​ອອກ​ໃນ​ການ​​ແລກປ່ຽນຢ້ຽມຢາມ​ ​ເຊິ່ງກັນ ​ແລະ ກັນ ຂອງ ສປປ ລາວ ກັບ​ບັນດາປະ​ເທດຕ່າງໆ ​ໃນ​ລະດັບ​ປະມຸກ​ລັດ, ຫົວໜ້າລັດຖະບານ, ເຈົ້າກະຊວງ​ ​ແລະ ຂະ​ແໜງການ​ຕ່າງໆ. ນອກຈາກ​ນັ້ນ, ສປປ ລາວ ​ເຮົາ​ຍັງ​ໄດ້​ຮັບກຽດ​ເປັນ​ເຈົ້າພາບ​ຈັດ​ກອງ​ປະຊຸມ​ລະດັບ​ສາກົນ​ຕ່າງໆທີ່​ສຳຄັນ ​ເຊັ່ນ: ກອງ​ປະຊຸມ​ລັດຖະສະພາ ອາຊີ-​ເອີ​ຣົບ ຄັ້ງ​ທີ 7, ກອງ​ປະຊຸມ​ສຸດ​ຍອດ ອາ​ເຊັມ ຄັ້ງ​ທີ 9, ກອງ​ປະຊຸມ​ໂຕະມົນ​ກັບ​ຄູ່​ຮ່ວມ​ພັດ​ທະນາສາກົນ ຄັ້ງ​ທີ 11, ກອງ​ປະຊຸມ​ສຸດ​ຍອດ​ ການຮ່ວມມືດ້ານເສດຖະກິດ ຂົງເຂດແມ່ນໍ້າ ອີຣາວາດີ, ເຈົ້າພະຍາ, ນໍ້າຂອງ (ACMECs)ຄັ້ງ​ທີ 5, ກອງ​ປະຊຸມ​ສຸດ​ຍອດ​ຜູ້ນຳ ກຳປູເຈັຽ, ລາວ, ມຽນມາ ແລະ ຫວຽດນາມ(CLMV) ຄັ້ງ​ທີ 6, ກອງ​ປະຊຸມສຸດຍອດ ສາມຫລ່ຽມພັດທະນາ ກຳປູເຈັຽ, ລາວ ແລະ ຫວຽດນາມ (CLV DTA)ຄັ້ງ​ທີ 8 ​ແລະ ກອງ​ປະຊຸມລັດຖະສະພາອາຊຽນຄັ້ງ​ທີ 35 (IPA)​ແລະ ກອງ​ປະຊຸມທີ່ສຳຄັນ​ອື່ນໆອີກ.


ຜ່ານ​ການ​ເຄື່ອນ​ໄຫວ​ຕ່າງປະ​ເທດ​ໃນ​ໄລຍະ 5 ປີ ຜ່ານ​ມາ, ​ເຮັດ​ໃຫ້ບົດບາດ​ຂອງ ສປປ ລາວ ​ເຮົາພົ້ນ​ເດັ່ນ​ຂຶ້ນຢູ່​ໃນ​ເວທີ​ພາກພື້ນ ​ແລະ ສາກົນ, ​​​ເຮັດ​ໃຫ້ພວກ​ເຮົາ​ສາມາດ​ຂົນຂວາຍ​ຍາດ​ແຍ່ງ​ການ​ຊ່ວຍ​ເຫຼືອຈາກ​ຕ່າງປະ​ເທດ ນັບ​ມື້​ນັບເພີ່ມ​ຂຶ້ນ​, ​ເຊິ່ງ​ໃນ​ໄລຍະ​ສົກ​ປີ 2013-2014 ລາວ​ເຮົາ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອທາງ​ດ້ານ​ການ​ພັດທະນາ (ODA) ເຖີງ795,18 ລ້ານ​ໂດ​ລາ ສະຫະລັດ, ​ເຊິ່ງການ​ຊ່ວຍ​ເຫຼືອດັ່ງກ່າວ​ເປັນ​ການ​ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ການ​ພັດທະນາ​ເສດຖະ​ກິດ-ສັງຄົມ ກໍ​ຄື​ການ​ບັນລຸ​ເປົ້າໝາຍສະຫັດ​ສະຫວັດດ້ານ​ການ​ພັດທະນາ ​ໃນ​ປີ 2015 ແລະ ການ​ນຳພາ​ປະ​ເທດ​ຊາດໃຫ້ຫຼຸດພົ້ນ​ອອກ​ຈາກ​ຄວາມ​ດ້ອຍ​ພັດທະນາ ​ໃນ​ປີ 2020.


ຍ້ອນ​ການເຕີບໃຫຍ່ຂະຫຍາຍຕົວຂອງຂະແໜງການຕ່າງປະເທດຂອງພວກເຮົາໃນເງື່ອນໄຂທີ່ ສປປ ລາວ ເຮົາພວມມີການເຊື່ອມໂຍງກັບພາກພື້ນ ແລະ ສາກົນຢ່າງກວ້າງຂວາງ ແລະ ເລິກເຊິ່ງ, ໃນວັນ​ທີ 20 ກໍລະກົດ 2015,​ໄດ້​ມີການແຍກອົງຄະນະພັກກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ ​ເພື່ອ​ເຮັດ​ໃຫ້ການ​​ເຄື່ອນ​ໄຫວ​ວຽກງານ​ການ​ຕ່າງປະ​ເທດ​ໃນ​ໄລຍະ​ໃໝ່​ແທດເຖີງທາງລວງກວ້າງ ແລະ ລວງເລິກ, ເປັນເຈົ້າການລະອຽດຂື້ນຕື່ມເພື່ອຮັບປະກັນໃຫ້​ແກ່ໝາກຜົນ​ສູງ​ສຸດຂອງສປປລາວ ໃນພາກພື້ນ ແລະ ສາກົນ ພອ້ມກັບການເປີດທາງໃຫ້ກວ້າງ, ເລິກເຊິ່ງ ແລະ ອຸດົມສົມບູນ ໃນການຮ່ວມມືດ້ານການເມືອງ, ເສດຖະກິດ ແລະ ສັງຄົມກັບບັນດາປະເທດ.


ຜົນສໍາເລັດຂອງ​ການ​ເຄື່ອນ​ໄຫວວຽກງານ​ການ​ຕ່າງປະ​ເທດ​ທີ່​ກ້າວ​ມາ​ຂ້າງ​ເທິງ​ນັ້ນ ​ແມ່ນ​ໄດ້​ປະກອບສ່ວນ​ອັນ​ສຳຄັນ​ເຂົ້າ​ໃນ​ການ​ສ້າງ​ສະພາບ​ແວດ​ລ້ອມ​ພາຍ​ນອກ ທີ່​ເອື້ອອຳນວຍ ​ໃຫ້​ແກ່​ການ​ພັດທະນາ​ເສດຖະກິດ-ສັງ​ຄົມ, ປະກອບສ່ວນ​ເຂົ້າ​ໃນ​ວຽກງານ​ປ້ອງ​ກັນຊາ​ດ-ປ້ອງ​ກັນ​ຄວາມ​ສະຫງົບ, ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ​ເທື່ອ​ລະ​ກ້າວ​ຢ່າງໜັກແໜ້ນ,​​ໄດ້​ຮັບ​ຄວາມ​ໄວ​ເນື້ອ​ເຊື່ອ​ໃຈ ​ແລະ ສະໜັບສະໜູນຈາກ​ເພື່ອ​ມິດສາ​ກົນ ຢ່າງ​ກວ້າງຂວາງ, ບົດບາດອິດ​ທິພົນ​ຂອງ​ພັກ ​ແລະ ກຽດຊື່ສຽງຂອງ ສປປ ລາວ ​ໄດ້​ຮັບ​ການ​ເຊີດ​ຊູ​ສູງ​ເດັ່ນ​ຂຶ້ນ​ໃນ​ເວທີ​ພາກພື້ນ ​ແລະ ສາກົນ​ຢ່າງ​ຕໍ່​ເນື່ອງ.


ມາຮອດປະຈຸບັນ, ຫນ້າທີ່ໃນການປະກອບສວ່ນການເຄື່ອນໄຫວການຕ່າງປະເທດ ຍິ່ງແມ່ນຫນ້າທີ່ຂອງທົ່ວພັກ, ທົ່ວກອງທັບ ແລະ ທົ່ວປວງຊົນ ທີ່ພອ້ມກັນເຄື່ອນໄຫວຕາມແນວທາງການຕ່າງປະເທດ ສັນຕິພາບ, ​​ເອກະລາດ, ມິດຕະພາບ ​ແລະ ການ​ຮ່ວມ​ມື ຢ່າງ​ສະ​ເໝີຕົ້ນ​ສະ​ເຫມີປາຍ ​ແລະ ປະຕິບັດ​ນະ​ໂຍບາຍ​ເປີດ​ກວ້າງ​ການ​ພົວພັນ​ຮ່ວມມື ​ແບບຫຼາຍທິດ,​ ຫຼາຍຝ່າຍ ​ແລະ ຫຼາຍຮູບ​ແບບ ໃຫ້ນັບມື້ນັບອຸດົມສົມບູນ ແລະ ຮັບປະກັນຜົນປະໂຫຍດອັນສູງສຸດ ຂອງ ສປປລາວ ໃນພາກພື້ນ ແລະ ສາກົນ.


ໃນກອງປະຊຸມໃຫຍ່ຄັ້ງທີ III ຂອງອົງຄະນະພັກກະຊວງການຕ່າງປະເທດ ທີ່ຈະມາເຖີງອັນໄກ້ນີ້ ຈະໄດ້ມີການຮັບຮອງເອົາມະຕິຂອງກອງປະຊຸມ ເຊິ່ງເປັນເຫມືອນແຜນແມ່ບົດ ປູທາງໃຫ້ແກ່ການເສີມຂະຫຍາຍ ແລະ ເປີດກວ້າງ ການເຄື່ອນໄຫວວຽກງານການຕ່າງປະເທດ ໃນໄລຍະໃຫມ່ ເຊິ່ງເປັນໄລຍະແຫ່ງການເລັ່ງລັດການຮວ່ມມື ທັງໃນສອງຝ່າຍ ແລະ ຫລາຍຝ່າຍ, ການເຊື່ອມຈອດ ຮວມທັງການເຊື່ອມໂຍງກັບບັນດາພາກພື້ນ ແລະ ສາກົນຕ່າງໆ.

Lao Government
70 years
40 years
a
Consular

ພະແນກກົງສຸນ

ຕິດຕໍ່ເຮັດໜັງສືເດີນທາງ, ວີຊາ ແລະ ນິຕິກຳຕ່າງໆ

ເວລາເປີດບໍລິການ         ຕອນເຊົ້າ: 9:00 ຫາ 12:00.

                             ຕອນສວຍ: 14:00 ຫາ 16:00.

ໂທລະສັບ: +46 8618 2010 ຕໍ່ (ກົດ 2)

ອີເມວ: This email address is being protected from spambots. You need JavaScript enabled to view it. 

 

VISA AND CONSULAR SECTION

Visa, Laos passport and legalization service

Service hour 9.00-12.00 hrs. and 14.00-16.00

Tel. +46 8618 2010 (press 2)

Email:  This email address is being protected from spambots. You need JavaScript enabled to view it. 

a
ຈຳນວນຜູ້ເຂົ້າຊົມ
20887
ມື້ນີ້69
ມື້ວານ165
ອາທິດນີ້791
ເດືອນນີ້3559