ໃນຕອນເຊົ້າ ຂອງວັນທີ 10 ພະຈິກ 2015, ທີ່ ພະຣາຊະວັງ ໂກເປນຮາເກນ, ພະນະທ່ານ ບຸນແພງ ຊາຍກັນຍາ, ໄດ້ເຂົ້າຍື່ນສານຕາຕັ້ງຕໍ່ ອົງສົມເດັດພະຣາຊີນີ Margrethe II, ພະຣາຊີນີ ແຫ່ງຣາຊະອານາຈັກເດນມາກ
ເພື່ອດຳລົງຕຳແໜ່ງ ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ຣາຊະອານາຈັກເດນມາກ. ໂດຍມີສຳນັກງານ ສະຖານເອກອັກຄະລັດຖະທູດ ຕັ້ງຢູ່ ນະຄອນຫຼວງ ສະຕ໋ອກໂຮມ, ປະເທດ ຊູແອດ.