ພະນະທ່ານ ບຸນລຽບ ຮຸ່ງວົງສອນ, ເອກອັກຄະລັດຖະທູດ ວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈຳ ຣາຊະອານາຈັກຊູແອດ, ຣາຊະອານາຈັກເດນມາກ, ສາທາລະນະລັດແຟງລັງ, ຣາຊະອານາຈັກນອກແວ , ສາທາລະນະລັດ ລັດເວຍ, ສາທາລະນະລັດ ລິດທົວເນຍ ແລະ ສາທາລະນະລັດ ແອດສໂຕເນຍ, ຊຶ່ງມີສຳນັກງານຕັ້ງຢູ່ ນະຄອນຫຼວງສະຕ໋ອກໂຮມ, ຣາຊະອານາຈັກຊູແອດ.
- ວັນ, ເດືອນ, ປີເກີດ: 13 ພຶດສະພາ 1963
- ບ້ານເກີດ: ຫຼັກ 20, ເມືອງ ຄຳເກີດ, ແຂວງ ບໍລິຄຳໄຊ
- ສັນຊາດ: ລາວ
- ສາສະໜາ: ພຸດ
- ສົມຣົດກັບ: ທ່ານ ນາງ ແກ້ວເກສອນ ຮຸ່ງວົງສອນ (ມີບຸດຮ່ວມກັນ 3 ຄົນ)
ປະຫວັດການສຶກສາ
- ປີ 1982 – 1988 ສຶກສາລະດັບປະລິນຍາໂທ ພາກວິຊາ ກົດໝາຍສາກົນ,
ຢູ່ ມະຫາວິທະຍາໄລກຽບ, ອະດີດສະຫະພາບໂຊຫວຽດ;
- ປີ 1997 – 1998 ສຶກສາລະດັບປະລິນຍາໂທ ພາກວິຊາ ກົດໝາຍສາກົນພາກລັດ,
ຢູ່ ມະຫາວິທະຍາໄລ ຣູນ, ຣາຊະອານາຈັກ ຊູແອດ;
ປະສົບການເຮັດວຽກ
- 1988 : ເຂົ້າເຮັດວຽກທີ່ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ;
- 1993 - 1996 : ດຳລົງຕຳແໜ່ງເລຂານຸການຕີ ທີ່ ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ
ທີ່ ວໍຊິງຕັນ ດີຊີ, ສະຫະຣັດອາເມຣິກາ.
- 1999 - 2003 : ດຳລົງຕຳແໜ່ງເລຂານຸການໂທ ທີ່ ສະຖານກົງສູນໃຫຍ່ ແຫ່ງ ສປປ ລາວ
ທີ່ ເຂດພິເສດຮົງກົງ, ສປ ຈີນ.
- 2004 - 2006 : ດຳລົງຕຳແໜ່ງ ຮອງຫົວໜ້າພະແນກກົດໝາຍ, ກົມກົງສູນ,
ກະຊວງການຕ່າງປະເທດ;
- 2006 - 2008 : ດຳລົງຕຳແໜ່ງ ຫົວໜ້າພະແນກບໍລິຫານ, ກົມກົງສູນ,
ກະຊວງການຕ່າງປະເທດ;
- 2008 - 2011 : ດຳລົງຕຳແໜ່ງ ຮອງຫົວໜ້າກົມກົງສູນ, ກະຊວງການຕ່າງປະເທດ;
- 2011 - 2012 : ດຳລົງຕຳແໜ່ງ ຮັກສາການຫົວໜ້າກົມກົງສູນ, ກະຊວງການຕ່າງປະເທດ;
- 2012 - 2016 : ດຳລົງຕຳແໜ່ງ ກົງສຸນໃຫຍ່, ສະຖານກົງສູນໃຫຍ່ ທີ່ ນະຄອນຄຸນມິງ, ສປ ຈີນ;
- 2016 : ດຳລົງຕຳແໜ່ງ ຮອງຫົວໜ້າກົມອາຊີ-ປາຊີຟິກ ແລະ ອາຟຣິກກາ,
ກະຊວງການຕ່າງປະເທດ;
ພາສາຕ່າງປະເທດ
- ພາສາໄທ
- ພາສາລັດເຊຍ
- ພາສາອັງກິດ
ກິດຈະກຳທີ່ມັກ
- ແລ່ນ ແລະ ກິລາກ໋ອບ
- ອ່ານໜັງສື