ໃນຕອນເຊົ້າຂອງວັນທີ 16 ມັງກອນ 2020, ທີ່ພະຣາຊະວັງເຈົ້າຊີວິດ, ນະຄອນຫລວງສະຕ໋ອກໂຮມ
ພະນະທ່ານ ບຸນລຽບ ຮຸ່ງວົງສອນ ໄດ້ຍື່ນສານຕາຕັ້ງຕໍ່ ເຈົ້າຊີວິດ Carl XVI Gustaf ແຫ່ງ ຣາຊະອານາຈັກ ຊູແອັດ ເພື່ອດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ສປປ ລາວ) ປະຈຳ ຣາຊະອານາຈັກ ຊູແອັດ.
ເອກອັກຄະລັດຖະທູດ ສປປ ລາວ ຍື່ນສານຕາຕັ້ງຕໍ່ ພະຣາຊີນີ ເດນມາກ
ໃນຕອນເຊົ້າ ຂອງວັນທີ 17 ມິຖຸນາ 2020, ທີ່ ພະຣາຊະວັງ ໂກເປນຮາເກນ, ພະນະທ່ານ ບຸນລຽບ ຮຸ່ງວົງສອນ, ໄດ້ເຂົ້າຍື່ນສານຕາຕັ້ງຕໍ່ ອົງສົມເດັດພະຣາຊີນີ Margrethe II, ພະຣາຊີນີ ແຫ່ງຣາຊະອານາຈັກເດນມາກ ເພື່ອດຳລົງຕຳແໜ່ງ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ຣາຊະອານາຈັກເດນມາກ. ໂດຍມີສຳນັກງານ ສະຖານເອກອັກຄະລັດຖະທູດ ຕັ້ງຢູ່ ນະຄອນຫຼວງ ສະຕ໋ອກໂຮມ, ປະເທດ ຊູແອດ
ໃນຕອນເຊົ້າ ຂອງວັນທີ 15 ຕຸລາ 2021, ທີ່ ພະຣາຊະວັງອົດສະໂລ
ພະນະທ່ານ ບຸນລຽບ ຮຸ່ງວົງສອນ, ໄດ້ເຂົ້າຍື່ນສານຕາຕັ້ງຕໍ່ ອົງສົມເດັດ Harald V, ພະເຈົ້າຊີວິດ ແຫ່ງຣາຊະອານາຈັກນອກແວ ເພື່ອດຳລົງຕຳແໜ່ງ ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ຣາຊະອານາຈັກນອກແວ. ໂດຍມີສຳນັກງານ ສະຖານເອກອັກຄະລັດຖະທູດ ຕັ້ງຢູ່ ນະຄອນຫຼວງ ສະຕ໋ອກໂຮມ, ປະເທດ ຊູແອດ.
ໃນຕອນເຊົ້າ ຂອງວັນທີ 16 ກໍລະກົດ 2021, ທີ່ ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ທີ່ ນະຕອນຫຼວງສະຕ໋ອກໂຮມ, ຊູແອດ
ພະນະທ່ານ ບຸນລຽບ ຮຸ່ງວົງສອນ, ໄດ້ເຂົ້າຍື່ນສານຕາຕັ້ງຕໍ່ ພະນະທ່ານ Egils Levits, ປະທານາທິບໍດີ ແຫ່ງ ສາທາລະນະລັດ ລັດເວຍ ເພື່ອດຳລົງຕຳແໜ່ງ ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສາທາລະນະລັດ ລັດເວຍ. ໂດຍມີສຳນັກງານ ສະຖານເອກອັກຄະລັດຖະທູດ ຕັ້ງຢູ່ ນະຄອນຫຼວງ ສະຕ໋ອກໂຮມ, ປະເທດ ຊູແອດ.
ໃນຕອນບ່າຍ ຂອງວັນທີ 15 ເມສາ 2021, ທີ່ ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ທີ່ ນະຕອນຫຼວງສະຕ໋ອກໂຮມ, ຊູແອດ
ພະນະທ່ານ ບຸນລຽບ ຮຸ່ງວົງສອນ, ໄດ້ເຂົ້າຍື່ນສານຕາຕັ້ງຕໍ່ ພະນະທ່ານ Gitanas Nauseda, ປະທານາທິບໍດີ ແຫ່ງ ສາທາລະນະລັດ ລິດໂທເນຍ ເພື່ອດຳລົງຕຳແໜ່ງ ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສາທາລະນະລັດ ລິດໂທເນຍ. ໂດຍມີສຳນັກງານ ສະຖານເອກອັກຄະລັດຖະທູດ ຕັ້ງຢູ່ ນະຄອນຫຼວງ ສະຕ໋ອກໂຮມ, ປະເທດ ຊູແອດ.