ໃນຕອນເຊົ້າ ຂອງວັນທີ 16 ມິຖຸນາ 2020, ທີ່ ກະຊວງການຕ່າງປະເທດ ແຫ່ງ ຣາຊະອານາຈັກ ເດນມາກ, ພະນະທ່ານ ບຸນລຽບ ຮຸ່ງວົງສອນ, ໄດ້ເຂົ້າຍື່ນສານຕາຕັ້ງສະບັບສຳເນົາ ໃຫ້ແກ່ ທ່ານທູດ Michael Zilmer-Johns, ຫົວໜ້າກົມພິທີການທູດ, ກະຊວງການຕ່າງປະເທດ ແຫ່ງ ຣາຊະອານາຈັກ ເດນມາກ
ໃນຕອນເຊົ້າ ຂອງວັນທີ 17 ມິຖຸນາ 2020, ທີ່ ພະຣາຊະວັງ ໂກເປນຮາເກນ, ພະນະທ່ານ ບຸນລຽບ ຮຸ່ງວົງສອນ, ໄດ້ເຂົ້າຍື່ນສານຕາຕັ້ງຕໍ່ ອົງສົມເດັດພະຣາຊີນີ Margrethe II, ພະຣາຊີນີ ແຫ່ງຣາຊະອານາຈັກເດນມາກ ເພື່ອດຳລົງຕຳແໜ່ງ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ຣາຊະອານາຈັກເດນມາກ. ໂດຍມີສຳນັກງານ ສະຖານເອກອັກຄະລັດຖະທູດ ຕັ້ງຢູ່ ນະຄອນຫຼວງ ສະຕ໋ອກໂຮມ, ປະເທດ ຊູແອດ.