ໃນຕອນເຊົ້າ ຂອງວັນທີ 21 ເມສາ 2016, ທີ່ ສຳນັກງານປະທານາທິບໍດີ ເຮວຊິນກິ, ພະນະທ່ານ ບຸນແພງ ຊາຍກັນຍາ, ໄດ້ເຂົ້າຍື່ນສານຕາຕັ້ງຕໍ່ ພະນະທ່ານ Sauli Niinistö, ປະທານາທິບໍດີ ແຫ່ງ ສາທາລະນະລັດແຟງລັງ,
ເພື່ອດຳລົງຕຳແໜ່ງ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສາທາລະນະລັດແຟງລັງ, ໂດຍມີສຳນັກງານ ສະຖານເອກອັກຄະລັດຖະທູດ ຕັ້ງຢູ່ ນະຄອນຫຼວງ ສະຕ໋ອກໂຮມ, ປະເທດ ຊູແອດ.